ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

 ອຸຕຸນິຍົມ​ທ່ຽນ​ມູ້ 1 ຂຶ້ນ​ສູ່​ອະວະກາດ​

     ສຳນັກ​ຂ່າວ​ສານຊີນຮວາ​ ລາຍ​ງານໃນ: ວັນ​ທີ 25 ທັນວາ ​ນີ້ວ່າ, ຢູ່​ສູນ​ສົ່ງ​ດາວ​ທຽມຈິວ​ ຊວນ​ຂອງ​ຈີນ, ຈີນ​ໄດ້​ນຳໃຊ້​ຈະ​
ຫຼວດ​ສົ່ງ​ຍານ KZ-1A ສົ່ງ ດາວ​ທຽມ 11-14 ໃນ​ກຸ່ມດາວ​ ທຽມ​ອຸຕຸນິຍົມ​ທ່ຽນມູ້ 1 ຂຶ້ນສູ່​ ອະວະກາດ​ຢ່າງ​ສຳເລັດ ດາວ​ທຽມ
​ໄດ້​ເຂົ້າ​ສູ່​ວົງໂຄຈອນ​ຕາມ​ທີ່​ວາງ​ໄວ້​ຢ່າງດີ, ພາລະກິດ ​ການ​ສົ່ງດາວ​ທຽມ Tianmu-1 4 ດວງ (Tianmu-1 11- 14) ທີ່​ໃຊ້​
ໃນ​ການ​ວັດແທກອຸຕຸ ນິຍົມ​ວິທະຍາ​ໂດຍ​ໃຊ້​ສັນຍານ occultation ຂອງ​ສັນຍານ​ດາວ​ທຽມ​ນຳ​ທາງ​ໄດ້​ຖືກ​ຍິງ​ຂຶ້ນ​ຢ່າງ​ສຳເລັດ​
ຜົນ​ໂດຍ​ຈະຫຼວດ​ນໍ້າ ມັນ​ເຊື້ອ​ໄຟ​ແຂງ Kuaizhou-1A (KZ-1A) ຂອງ​ຈີນ​ດາວ​ ທຽມ​ດັ່ງກ່າວ​ຕົ້ນຕໍ​ແມ່ນ​ອຳນວຍ​ ການ​ບໍລິ
ການ​ເກັບ​ກຳ​ຂໍ້​ມູນ​ຂ່າວ ສານ​ດ້ານ​ອຸຕຸນິຍົມ​ທາງ​ການ​ຄ້າ.  

     ພາລະກິດ​ເທື່ອ​ນີ້​ແມ່ນ​ການບິນ​ເທື່ອ​ທີ 23 ຂອງ​ຈະ​ຫຼວດ​ສົ່ງ​ຍານ KZ-1A. ດາວ​ທຽມ​ດັ່ງກ່າວ​ໄດ້​ຖືກ​ນຳ​ເຂົ້າ​ສູ່​ວົງ​ໂຄຈອນ
​ຂອງ​ດວງ​ຕາເວັນ​ທີ່​ຂະໜາດ​ປະມານ 530 x 515 ກິໂລແມັດ ດ້ວຍ​ຄວາມ​ອຽງ 97,4 ອົງສາ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 28/12/2023